ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ-ອົດ​ສະ​ຕຣາ​ລີ ພ້ອມ​ຟື້ນ​ຟູ​ການ​ແລກປ່ຽນ​ໃນ​ຫຼາຍ​ດ້ານ


     ສຳນັກ​ຂ່າວ ຊິນ​ຮວາ ລາຍງານ​ວັນ​ທີ 7 ກັນຍາ ນີ້, ທ່ານ ລີ ສຽງ (Li Qiang), ນາຍົກລັດຖະມົນຕີ ແຫ່ງ ​ສປ ຈີນ ໄດ້​ພົບ​ປະ​ກັບ ທ່ານ ແອນ​ໂທ
​ນີອັລ​ບາ​ເນ​ຊີ (Anthony Albanese), ນາຍົກລັດຖະມົນຕີ ອົດ​ສະ​ຕຣາ​ລີ, ເຊິ່ງສອງຝ່າຍເຫັນພ້ອມ​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ໃນ​ການ​ຟື້ນ​ຟູ​ການ​ແລກ
ປ່ຽນ​ໃນ​ຫຼາຍ​ດ້ານ​ຂອງ​ສອງ​ຝ່າຍ.

     ນາຍົກສອງທ່ານໄດ້ພົບ​ປະກັນນອກ​ຂອບ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 43 ຢູ່ ອິນ​ໂດ​ເນ​ເຊຍ, ເພື່ອເພີ່ມທະວີ​ການ​ພົວພັນທີ່​ໝັ້ນຄົງ ແລະ
ມີ​ສະຖຽນ​ລະ​ພາບ, ຈະ​ນຳຜົນ​ປະໂຫຍດ​ໃຫ້​ກັບ​ປະຊາຊົນ​ທັງ​ສອງ​ປະເທດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ຂະນະ​ທີ່ ທ່ານ ແອນ​ໂທ​ນີ ​ອັລ​ບາ​ເນ​ຊີ ຈະ​ເດີນທາງ​ຢ້ຽມ
ຢາມ ​ສປ ຈີນ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນຂອງ ທ່ານ ລີ​ສຽງ ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ສອງ​ຝ່າຍ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/09/2023